ການຝຶກອົບຮົມຫລັກສູດ Customer Service Excellence Camp ທົ່ວປະເທດ

 

      ລາວ ໂທລະຄົມ ໄດ້ຈັດ ຝຶກອົບຮົມ ຫລັກສູດ ການບໍລິການແບບມືອາຊີບ Customer Service Excellence Camp ໃນລະຫວ່າງວັນທີ 07-12 ພຶດສະພາ 2010 ທີ ​ຖາວອນສຸກ ຣີສອດ ເມືອງ ວັງວຽງ ແຂວງວຽງຈັນ. ດຳ​ເນີນ​ການ​ຝຶກອົບຮົມ​ໂດຍ ພະແນກການຕະຫລາດ ແລະ ພະແນກ ຈັດຕັ້ງ ລລທ ຮ່ວມກັບ ບໍລິສັດ idea master ຈຳກັດ. ການຝຶກອົບຮົມໃນຄັ້ງນີ້ໂດຍໄດ້ຮ່ວມມືກັນກັບ ບໍລິສັດ idea master ຈຳກັດ.

      ການຝຶກອົບຮົມຫລັກສູດ Customer Service Excellence Camp ໃນເທື່ອນີ້ໄດ້ແບ່ງອອກເປັນ 2 ຊຸດ ຊື່ງ ຊຸດທີ່ 1 ແມ່ນຈັດຂື້ນ ໃນລະຫວ່າງວັນທີ 7-9/06/2010 ແລະ ຊຸດທີ່ 2 ແມ່ນໄດ້ຈັດຂື້ນ ໃນລະຫວ່າງວັນທີ່ 10-12/06/2010 ໂດຍແຕ່ລະຊຸດມີນັກສຳມະນາກອນເຂົ້າຮ່ວມທັງໝົດຈຳນວນ 55 ຄົນ ຊື່ງເປັນພະ ນັກງານບໍລິການ ລູກຄ້າຈາກທຸກສາຂາແຂວງທົ່ວປະເທດ.

      ຈຸດປະສົງຂອງການຝຶກອົບຮົມ​ໃນ​ຄັ້ງ​ນີ້ ເພື່ອໃຫ້ຜູ້ເຂົ້າຝຶກອົບຮົມໄດ້ຮຽນຮູ້ທັກສະການບໍລິການແບບມືອາຊີບ ແລະ ເພື່ອໃຫ້ສາມາດນຳຄວາມຮູ້ ແລະ ທັກສະທີ່ ໄດ້ຮັບນັ້ນໄປໝູນໃຊ້ເຂົ້າໃນວຽກງານບໍລິການໃຫ້ເກີດປະ ສິດທິພາບ ສູງສຸດ ແລະ ເພື່ອເປັນການຮັກສາຄວາມເປັນຜູ້ນຳອັນດັບ 1 ທາງດ້ານບໍລິການໂທລະຄົມ.

      ຜົນ​ສະຫຼຸບ​ຂອງ​ການຈັດ​ຝຶກອົບຮົມ​ໃນ​ຄັ້ງ​ນີ້ ​ແມ່ນ​ສາມາດ​ສ້າງ​ຄວາມ​ຮັບ​ຮູ້ ແລະ ຄວາມ​ເຂົ້າ​ໃຈ ​ທາງດ້ານການ ບໍລິການຢ່າງມືອາຊີບ ໃຫ້​ແກ່​ຜູ້ເຂົ້າ​ຮ່ວມ​ເປັນ​ຢ່າງ​ດີ ແລະ ສ້າງຄວາມສາມັກຄີການມີສ່ວນຮ່ວມໃນການເຮັດວຽກເປັນ ທີມ ສ້າງເຄື່ອຂ່າຍພະນັກງານບໍລິການຂອງບໍລິສັດໃຫ້ມີຄວາມສຳພັນກັນ ສາມາດໃຫ້ການຊ່ວຍເຫລື່ອ ຊື່ງກັນ ແລະ ກັນ ຫລາຍຂື້ນກ່ວາເກົ່າ.

      ການຝຶກອົບຮົມໄດ້ຮັບກຽດຈາກຜູ້ບໍລິຫານ ລລທ ເຂົ້າຮ່ວມໃນກິດຈະກຳຢ່າງອົບອຸ່ນ ນຳພາໂດຍທ່ານ ຊານຢຸດ ນົນທະສິນ ຮອງຜູ້ອຳນວຍການໃຫຍ່ຂະແໜງ ບັນຊີ-ການເງິນ,  ທ່ານປາຣິຊາດ ປາກຜຽວ ຮອງຜູ້ອຳນວຍການໃຫຍ່ຂະແໜງ ການຕະຫລາດ, ທ່ານ ບຸນມາ ສິນທະປະເສີດ ອຳນວຍການ ສາຂາແຂວງ ວຽງຈັນ ພ້ອມດ້ວນຄະນະພະແນການຕະຫລາດ, ຄະນະພະແນກຈັດຕັ້ງ ແລະ ທີມງານຝຶກອົບຮົມເຂົ້າຮ່ວມຢ່າງພ້ອມພຽງ.

      ຫລັກສູດ CSE Camp ເປັນຫລັກສູດທີ່ໄດ້ກຳນົດໄວ້ໃນ KPI ປີ 2010 ຊື່ງຜູ້ເຂົ້າຝຶກອົບຮົມຈະຕ້ອງມີການ ປະເມີນຜົນການເປັນນັກບໍລິການມືອາຊີບໃຫ້ ໄດ້ຕາມຄ່າ KPI ທີ່ກຳນົດໄວ້.

 
 

ທີ່ ວັງວຽງ ແຂວງວຽງຈັນ
 
All Rights Reserved © 2008. LAO TELECOMMUNICATIONS
Developed By Content Team Operation