ລາວ ໂທລະຄົມ ໄດ້ຈັດສຳມະນາ ວາງແຜນກົນລະຍຸດການຂາຍສິນຄ້າຂື້ນ ໃນລະຫວ່າງວັນທີ 18-19 ມີນາ 2010 ທີ ໂຮງແຮມ ເອລາວັນ ແຂວງ ຈຳປາສັກ. ໃຫ້ກຽດ ກ່າວເປີດສຳມະນາໂດຍ ທ່ານ ບຸນຄຸ້ມ ສາຍສະຫວັດ ອຳນວຍການ ລລທ ສາຂາ ແຂວງ ຈຳປາສັກ. ດຳເນີນການສຳມະນາໂດຍ ທ່ານ ຊານຢຸດ ນົນທະສິນ ຮອງຜູ້ອຳນວຍການໃຫຍ່ ຂະແໜງ ການຕະຫລາດ ພ້ອມດ້ວຍ ຄະນະພະແນກ ພະແນກການຕະຫລາດ ແລະ ພະແນກ ຈັດຕັ້ງ. ມີນັກສຳມະນາກອນ ຈາກ ລລທ ສາຂາແຂວງພາກໃຕ້ ເຂົ້າຮ່ວມເຊັ່ນ: ແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ເຊກອງ, ສາລະວັນ ແລະ ອັດຕະປື ຈຳນວນ 46 ຄົນ.
ຈຸດປະສົງຂອງການສຳມະນາໃນຄັ້ງນີ້ ພື່ອນຳພາຄະນະນຳຂອງສາຂາແຂວງ ແລະ ພາກສ່ວນການຕະຫລາດແຂວງ ທຳການວາງແຜນງານດ້ານການຂາຍ ແລະ ການຕະຫລາດຂອງສາຂາແຂວງຕົນເອງຕາມ KPI ທີ່ໄດ້ຮັບ ເພື່ອນຳເອົາໄປປະຕິບັດໃຫ້ບັນລຸຕາມເປົ້າໝາຍ ໂດຍມີທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ.
ຜົນສະຫຼຸບຂອງການຈັດສຳມະນາໃນຄັ້ງນີ້ ແມ່ນສາມາດສ້າງຄວາມຮັບຮູ້ ຄວາມເຂົ້າໃຈ ໃນການວາງແຜນງານດ້ານການຂາຍ ແລະ ການຕະຫລາດໃຫ້ແກ່ຜູ້ເຂົ້າຮ່ວມເປັນຢ່າງດີ ແລະ ຈະໄດ້ທຳການໄປຈັດສຳມະນາໃຫ້ແກ່ ລລທ 8 ແຂວງ ພາກເໜືອ ທີ່ແຂວງ ຫລວງພະບາງ ໃນວັນທີ 22-24 ມີນາ 2010 ນີ້ອີກດ້ວຍ. |