ໃນລະຫວ່າງທ້າຍເດືອນ ກຸມພາ ທີ່ຜ່ານມານີ້ ລາວ ໂທລະຄົມ ຮ່ວມກັບ ບໍລິສັດ APiS ຈັດຝຶກອົບຮົມ - ຫລັກສູດການນຳໃຊ້ Program ບັນຊີໃຫມ່ ໃຫ້ແກ່ພະນັກງານບັນຊີ ຂອງ ລລທ ທົ່ວປະເທດ ທີ່ສະຖາບັນ ເທັກໂນໂລຊີ ວຽງຈັນ ໂດຍ ທ່ານ ທອງສີ ວິໄລວົງ ຫົວຫນ້າ ພະແນກ ຈັດຕັ້ງເປັນປະທານ ກ່າວເປີດການຝຶກອົບຮົມ. ການຝຶກ ອົບຮົມຫລັກສູດນີ້ ໄດ້ແບ່ງອອກເປັນ 2 ຊຸດຄື: ຊຸດທີ່ 1 ຈັດຂື້ນໃນວັນທີ 23 ກຸມພາ 2010 ແລະ ຊຸດທີ່ 2 ຈັດຂື້ນ ໃນວັນທີ ກຸມພາ 2010 ຊຶ່ງແຕ່ລະຊຸດ ມີນັກສຳມະນາກອນ ເຂົ້າຮ່ວມ ຈຳນວນ 30 ທ່ານ. ຊຶ່ງວິທະຍາກອນ ບັນຍາຍ ໃນການຝຶກອົບຮົມ ແມ່ນ ວິຊາການ ຈາກ ບໍລິສັດ APiS.
ການຝຶກອົບຮົມໃນຄັ້ງນີ້ຈັດຂື້ນເພື່ອຖ່າຍທອດຄວາມຮູ້ຄວາມເຂົ້າໃຈທາງດ້ານ - ການນຳໃຊ້ Program ບັນຊີໃໝ່ໃຫ້ ແກ່ນັກສຳມະນາກອນກໍ່ຄື ພະນັກງານລລທໂດຍສະເພາະ ແມ່ນຍົກລະດັບຄວາມສຳນານ ທາງດ້ານການນຳໃຊ້ Program ບັນຊີໃໝ່ ໃຫ້ມີປະສິດທິພາບ ໃນການບໍລິຫານວຽກງານບັນຊີ ຂອງ ລລທ ທົ່ວປະເທດ. |