ໃນລະຫວ່າງວັນທີ 8-9 ມີຖູນາ 2010 ທີ່ຜ່ານມານີ້ ລາວ ໂທລະຄົມ ຮ່ວມກັບ ບໍລິສັດ Decha & IBS ຈຳກັດ, ຈາກປະເທດໄທ ໄດ້ຈັດຝຶກອົບຮົມພາຍໃຕ້ຫລັກສູດ ”ເຕັກນິກການທວງໜີ້ ແລະ ການເຈລະຈາຕໍ່ລອງຢ່າງມືອາຊີບ” ຂື້ນທີ່ ສູນຮ່ວມມືສາກົນ ລາວ - ຍີ່ປຸ່ນ ນະຄອນຫລວງວຽງຈັນ. ໃຫ້ກຽດກ່າວເປີດຝຶກອົບຮົມໂດຍ ທ່ານ ຊານຢຸດ ນົນທະສິນ ຮອງຜູ້ອໍານວຍການໃຫຍ່ ຂະແໜງບັນຊີ-ການເງິນ ແລະ ດຳເນີນການຝຶກອົບຮົມໂດຍ ອາຈານ ເດຊາ ກິດຕິວິທະຍານັນ ພ້ອມດ້ວຍທີມງານຈາກ Decha & IBS ຊື່ງມີນັກສຳມະນາກອນ ຈາກ ພະແນກການເງິນ ລລທ ສູນກາງ ແລະ ລລທ ສາຂາແຂວງ ທົ່ວປະເທດ ເຂົ້າຮ່ວມທັງໝົດ ຈຳນວນ 102 ຄົນ.
ຈຸດປະສົງຂອງການຝຶກອົບຮົມໃນຫລັກສູດດັ່ງກ່າວ ກໍ່ເພື່ອຍົກລະດັບຄວາມຮູ້ ຄວາມເຂົ້າໃຈ ແລະ ເພີ່ມທັກສະ ກົນລະຍູດ ທາງດ້ານການທວງໜີ້ ແລະ ການເຈລະຈາຕໍ່ລອງໃນການທວງໜີ້ຢ່າງມີແບບແຜນ ໃຫ້ແກ່ພະນັກງານຜູ້ຮັບຜີດຊອບວຽກງານ ທາງດ້ານທວງຫນີ້ ແລະ ຍັງເປັນການສ້າງຄວາມສາມັກຄີ ຮັກແພງໃນກູ່ມພະນັກງານທວງຫນີ້ ໃນທົ່ວປະເທດ ໃຫ້ສາມາດເຮັດວຽກຮ່ວມກັນເປັນທີມໄດ້ ແລະ ສ້າງເຄືອຂ່າຍສັງຄົມຂອງພະນັກງານໃຫ້ຂະຫຍາຍອອກໃນວົງກວ້າງຂື້ນກວ່າເດີມ.
ຜົນສະຫຼຸບຂອງການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນສາມາດສ້າງຄວາມຮັບຮູ້ ຄວາມເຂົ້າໃຈ ໃນການເປັນນັກທວງ ໜີ້ຢ່າງມືອາຊີບ ແລະ ນັກສຳມະນາກອນທຸກທ່ານ ຕ່າງກໍ່ມີຄວາມຮູ້ສຶກດີ ທີ່ ລລທ ໃຫ້ຄວາມສຳຄັນໃນການຍົກລະດັບ ທາງດ້ານວິຊາການ ແລະ ການເຮັດກິດຈະກຳ ການຈຳລອງເຫດການທວງຫນີ້ໃນແຕ່ລະປະເພດໃຫ້ນັກສຳມະນາກອນ ໄດ້ຮ່ວມກັນນໍາສະເຫນີ ແລະ ແລກປ່ຽນປະສົບການຮ່ວມກັນ ເຮັດໃຫ້ສາມາດຮູ້ກົນລະຍຸດໃນການເຈລະຈາຕໍ່ລອງໄດ້ ດີຂຶ້ນກວ່າເກົ່າ.
ໃນການຝືກອົບຮົມ ໄດ້ມີການທົດສອບວັດລະດັບຄວາມຮູ້ ທາງດ້ານວຽກງານທວງຫນີ້ຂອງຜູ້ເຂົ້າຝຶກອົບຮົມທັງ ກ່ອນ ແລະ ຫລັງ ການຝຶກອົບຮົມ ແລະ ຫລັງຈາກສໍາເລັດການຝຶກອົບຮົມ ນັກສໍາມະນາກອນທຸກທ່ານ ໄດ້ຮັບໃບຢັ້ງ ຢືນຜ່ານການຝຶກອົບຮົມ ຊື່ງອອກໃຫ້ໂດຍ ບໍລິສັດ Decha & IBS ຈຳກັດ ປະເທດໄທ. |