ໃນລະຫວ່າງວັນທີ 31 ມີນາ - 02 ເມສາ 2010 ຜ່ານມານີ້ ບໍລິສັດ Huawei Technology ໄດ້ຈັດຝຶກອົບຮົມຫລັກສູດ 3G WCDMA Node B Field Operation Maintenance ໃຫ້ແກ່ພະນັກງານ ລລທ ໂດຍມີນັກສຳມະນາກອນຈາກ ພະແນກໂຄງ ການ, ພະແນກໂທລະສັບເຄື່ອນທີ່, ພະແນກຄຸ້ມຄອງ - ກວດກາເຕັກນິກ, ລລທ ສາຂາແຂວງທົ່ວປະເທດ ແລະ ສະຖາບັນໄປສະນີ - ໂທລະຄົມມະນາຄົມ ເຂົ້າຮ່ວມທັງໝົດ 24 ຄົນ.
ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ກໍ່ເພື່ອຍົກລະດັບຄວາມຮັບຮູ້ທາງດ້ານການບຳລຸງ ແລະ ສ້ອມແປງອຸປະກອນເຄືອຂ່າຍການ ໃຫ້ບໍລິການລະບົບ 3G. ທີ່ ລາວ ໂທລະຄົມ ໄດ້ວາງເຄືອຂ່າຍໃຫ້ບໍລິການ ແກ່ຜູ້ໃຊ້ບໍລິການ ໃນທົ່ວປະເທດ. |