ອົງການໄປສະນີ ແລະ ໂທລະຄົມມະນາຄົມ ( ອປທ) ແຫ່ງຊາດໄດ້ຈັດພິທີສະຫຼຸບການປະຕິບັດໜ້າທີ່ວຽກງານ 2009 ແລະ ວາງແຜນການປີ 2010, ໃນວັນທີ 8 ເມສາ 2010 ທີ່ຫໍວັດທະນາທຳແຫ່ງຊາດ ໂດຍການເຂົ້າຮ່ວມຂອງ ທ່ານ ພັນໂທ ດວງໃຈ ພິຈິດກຳ ມະການກົມການເມືອງ ສູນກາງພັກ, ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານ IT ແຫ່ງຊາດ, ທ່ານ ຄຳລວດ ສິດລາກອນ ຫົວໜ້າອົງ ການໄປສະນີ ແລະ ໂທລະຄົມມະນາຄົມແຫ່ງຊາດ ແລະ ບັນດາຫົວໜ້າກົມ, ຮອງກົມ ແລະ ຫົວນ້າລັດວິສາຫະກິດຕ່າງໆ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນໂອກາດດັ່ງກ່າວ ທ່ານ ຄຳລວດ ສິດລາກອນ ໄດ້ຂື້ນຜ່ານບົດສະຫຼຸບ ມີເນື້ອໃນ ບາງຕອນວ່າ: ໃນໄລຍະ 1 ປີ ຜ່ານມາ, ອົງ ການໄປສະນີ ແລະ ໂທລະຄົມມະນາຄົມແຫ່ງຊາດໄດ້ຈັດຕັ້ງກົງຈັກການຈັດຕັ້ງ ຂັ້ນພະແນກຫ້ອງການໄປສະນີ ໂທລະຄົມມະນາຄົມ ປະຈຳແຂວງ ແລະ ນະຄອນຫຼວງ ວຽງຈັນ ສຳເລັດແລ້ວ 83,35% ແລະ ຍັງປະກອບມີບັນດາລັດວິສາຫະກິດ ແລະ ບໍລິສັດບໍລິຫານດ້ານ ໄປສະນີ ໂທລະຄົມມະນາຄົມ ມີຈຳນວນພົນທັງໝົດ 3,737 ຄົນໃນທົ່ວປະເທດ. ໃນແຕ່ລະປີໄດ້ສ້າງສ້າງພະນັກງານວິຊາ ສະ ເພາະດ້ານໂທລະຄົມມະນາຄົມ 200 ກວ່າຄົນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງພັກ-ລັດ ແລະ ສັງຄົມໃນປີຕໍ່ໜ້ານີ້ ຈະ ປະຕິບັດໃຫ້ສຳເລັດການກໍ່ສ້າງ ອິນເຕີເນັດແຫ່ງຊາດ , ການກໍ່ສ້າງສູນຄຸ້ມຄອງ ຄື້ນຄວາມຖີ່ວິທະຍຸ , ບູລະນະນິຕິກຳຄຸ້ມຄອງວຽກງານ ໄປສະນີ ແລະ ໂທລະຄົມມະນາຄົມ ແລະ ອິນ ເຕີເນັດ , ສ້າງພື້ນຖານໂຄງລ່າງໃຫ້ແກ່ພະແນກຫ້ອງການໄປສະນີ ໂທລະຄົມມະນາຄົມ ບັນດາແຂວງ , ນະຄອນຫຼວງ ແລະ ອື່ນໆ.
ໃນພິທີດັ່ງກ່າວຍັງໄດ້ປະດັບຫຼຽນໄຊ ແລະ ມອບໃບຍ້ອງຍໍໃຫ້ກົມກອງ ແລະ ບຸກຄົນດີເດັ່ນ ໃນການຮັບໃຊ້ງານ ມະຫາກຳຊີເກມຄັ້ງທີ 25 ແລະ ກອງປະຊຸມລັດຖະມົນຕີ ໂທລະຄົມອາຊຽນ ຄັ້ງທີ 9 ໂດຍມີຫຼຽນໄຊແຮງງານຊັ້ນ I ມີ 65 ຫຼຽນ , ຫຼຽນໄຊແຮງງານຊັ້ນ II ມີ 41 ຫຼຽນ, ຫຼຽນໄຊແຮງ
ງານຊັ້ນ III ມີ 94 ຫຼຽນ , ຫຼຽນກາແຮງງານ 126 ຫຼຽນ ແລະ ໃບຍ້ອງຍໍລັດຖະບານ ຈຳນວນ 234 ໃບ
ໂດຍທ່ານ ພົນໂທ ດວງໃຈພິຈິດ ໃຫ້ກຽດປະດັບຫຼຽນໄຊ ແຮງງານໃຫ້ບຸກຄົນ ແລະກົມກອງດີເດັ່ນ. |