ລາວ ໂທລະຄົມ ຄອນເສີດ Bei The Star
 

   ເພື່ອເປັນການປະກອບສ່ວນສ້າງຂະບວນການສະເຫຼີມສະຫຼອງນະຄອນຫຼວງວຽງຈັນ ຄົບຮອບ 450 ປີ ແລະ ເນື່ອງໃນໂອກາດສະເຫຼີມ
ສະຫຼອງເພື່ອຕ້ອນຮັບເທດສະການບຸນປີໃໝ່ ລາວ ພສ 2553 ທີ່ໃກ້ຈະມາເຖິງນີ້ , ລາວ ໂທລະຄົມ ໄດ້ຈັດກິດຈະກຳຄັ້ງຍີ່ງໃຫຍ່ຂື້ນ
ພາຍໃຕ້ຊື່ງານ “ ລາວ ໂທລະຄົມ ຄອນເສີດ“ ໃນວັນທີ 10 ເມສາ 2010 ທີ່ ສູນການຄ້າ ລາວ ໄອເຕັກ, ນະຄອນຫຼວງວຽງຈັນ ໃນ
ປີ 2010 ນີ້ ລາວ ໂທລະຄົມ ກໍ່ໄດ້ສືບຕໍ່ພັດທະນາສິນຄ້າ ແລະ ບໍລິການໃໝ່ໆ ອອກສູ່ຕະຫຼາດຢ່າງຕໍ່ເນື່ອງ ເພື່ອໃຫ້ທ່ວງທັນ ແລະ ຕອບສະໜອງຕາມຄວາມຕ້ອງການຂອງລູກຄ້າ ລາວໂທລະຄົມ.

   ໃນຊ່ວງກິດຈະກຳຕອນເຊົ້າຂອງວັນດຽວກັນໄດ້ມີການປະກວດການເຕັ້ນ ແລະ ສະແດງສິນລະປະ ຂອງນ້ອງນັກຮຽນ ທີ່ເຂົ້າຮ່ວມ ຈຳນວນ 11 ໂຮງຮຽນ ຊື່ງເປັນໂອກາດໃຫ້ນ້ອງນັກຮຽນໄດ້ສະແດງຄວາມສາມາດ ແນວຄິດສ້າງສັນທາງດ້ານສິນລະປະການສະແດງ.

   ໃນຊ່ວງກາງຄືນ ລາວ ໂທລະຄົມ ກໍ່ໄດ້ເຊີນສິນລະປິນ ນັກຮ້ອງໜຸ່ມລາວຫຼາກຫຼາຍ ແລະ ນັກເຕັ້ນ ຈາກທີມ ລາວບັ້ງໄຟ ທີ່ມີຊື່ສຽງ
ໂດ່ງດັງຂອງປະເທດລາວເຮົາ ຮ່ວມກັບສິນລະປິນຮັບເຊີນ ທີ່ມີຊື່ສຽງຈາກປະເທດເພື່ອນບ້ານ Bie The Star ພ້ອມທັງສິນລະປິນຮັບເຊີນ Grand the star ມາຮ່ວມສະແດງ ທີ່ ສູນການຄ້າ ລາວ ໄອເຕັກ ນະຄອນຫຼວງວຽງຈັນ ຊື່ງການສະແດງ ຄອນເສີດ ແມ່ນໄດ້ສ້າງ
ຄວາມມ່ວນຊື່ນ ແລະ ປະທັບໃຈໃຫ້ແກ່ລູກຄ້າທີ່ມາຮ່ວມຊົມຢ່າງຫຼວງຫຼາຍ.

 

ວັນທີ 10 ເມສາ 2010 ທີ່ ສູນການຄ້າ ລາວ ໄອເຕັກ, ນະຄອນຫຼວງວຽງຈັນ
 
All Rights Reserved © 2008. LAO TELECOMMUNICATIONS
Developed By Content Team Operation