ໃນຕອນເຊົ້າຂອງ ວັນທີ 14 ມັງກອນ 2017 ທີ່ຜ່ານມາ ທີ່ສະຫນາມກິລາ ສຸນິສາ (ໂທລະພາບ ລາວສຕາຣ) ໄດ້ມີການຈັດກິດຈະກໍາແຂ່ງຂັນກິລາເຕະບານມິດຕະພາບລະຫວ່າງ ລາວ ໂທລະຄົມ ແລະ ສື່ມ່ວນຊົນລາວ ຂື້ນ ໃຫ້ກຽດກ່າວເປີດງານໂດຍແມ່ນ ທ່ານ ພັອ ຄຳສາວ ແກ້ວວິເສດ ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວ ແລະ ທ່ານ ຈິດປະສົງ ໜູແກ້ວໄກສອນ ຮອງຜູ້ອໍານວຍການໃຫຍ່ ລາວ ໂທລະຄົມ ເຂົ້າຮ່ວມງານມີຄະນະຜູ້ບໍລິຫານ ລາວ ໂທລະຄົມ, ຄະນະບັນນາທິການ ໜັງສືພິມ, ວິທະຍຸ-ໂທລະພາບ ກອງທັບ, ໂທລະພາບ ລາວ ສຕາຣ ພ້ອມດ້ວຍ ທີມນັກກິລາ ແລະ ກອງເຊຍ ຂອງແຕ່ລະພາກສ່ວນເຂົ້າຮ່ວມທັງໝົດຫຼາຍກວ່າ 150 ຄົນ.
ຈຸດປະສົງຂອງກິດຈະກຳໃນຄັ້ງນີ້ ເພື່ອເປັນການ ສ້າງຂະບວນການເພື່ອຂ່ຳນັບຮັບຕ້ອນ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີ (20/01/1949 - 20/01/2017) ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ສ້າງສາຍສຳພັນ-ມິດຕະພາບທີດີລະຫວ່າງ ລາວ ໂທລະຄົມ ແລະ ສື່ມວນຊົນ ໃຫ້ນັບມື້ແໜ້ນແຟ້ນ ແລະ ສະໜິດສະໜົມກັນຍິງຂື້ນ. ເຊິ່ງໃນການແຂ່ງຂັນຄັ້ງນີ້ມີ 07 ທີມ ທີ່ເຂົ້າຮ່ວມຄື:
1. ພະແນກການຕະຫຼາດ ລາວ ໂທລະຄົມ
2. ໜັງສືພິມກອງທັບປະຊາຊົນລາວ
3. ໜັງສືພິມປ້ອງກັນຄວາມສະຫງົບ
4. ໜັງສືພິມວຽງຈັນໃໝ່
5. ໜັງສືພິມປະຊາຊົນ
6. ວິທະຍຸ-ໂທລະພາບ ກອງທັບ
7. ໂທລະພາບ ລາວ ສຕາຣ
ບັນຍາກາດຂອງການແຂ່ງຂັນເຕັມໄປດ້ວຍຄວາມມ່ວນຊື່ນ, ຄວາມສາມັກຄີ, ມິດຕະພາບ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ຜ່ານການແຂ່ງຂັນຜົນອອກມາຄື:
1. ທີມຊະນະເລີດໄດ້ແກ່ ໜັງສືພິມປ້ອງກັນຄວາມສະຫງົບ ໄດ້ຮັບ ຂັນ 1 ໜ່ວຍ ແລະ ເງິນສົດ 500,000 ກີບ, ພ້ອມເຄື່ອງລາງວັນຈາກ ລາວ ໂທລະຄົມ
2. ຮອງຊະນະເລີດໄດ້ແກ່ ພະແນກການຕະຫຼາດ ລາວ ໂທລະຄົມ ໄດ້ຮັບ ຂັນ 1 ໜ່ວຍ ແລະ ເງິນສົດ 300,000 ກີບ, ພ້ອມເຄື່ອງລາງວັນຈາກ ລາວ ໂທລະຄົມ