ໃນຕອນບ່າຍ ຂອງວັນທີ 02 ສິງຫາ 2017 ທີ່ຜ່ານມາ ຢູ່ທີ່ ຫ້ອງການຄະນະກວດກາສູນກາງພັກ ໄດ້ມີພິທີມອບຮັບ ເຄື່ອງອຸປະກອນ ຄອມພິວເຕີ ລະຫວ່າງ ບໍລິສັດລັດ ວິສາຫະກິດ ລາວໂທລະຄົມມະນາຄົມ (ຜູ້ມອບ) ແລະ ຫ້ອງການຄະນະກວດກາສູນກາງພັກ (ຜູ້ຮັບ), ຝ່າຍ ລາວ ໂທລະຄົມ ມອບໂດຍ: ທ່ານ ຄອນສະຫວັນ ທໍາມະສອນ ຫົວໜ້າຄະນະກວດສອບພາຍໃນ ລລທ ແລະ ຮັບໂດຍ ທ່ານ ທຸມມີ ທຳມະວົງ ຄະນະພັກ, ຫົວໜ້າຫ້ອງການຄະນະກວດກາສູນກາງພັກ ພ້ອມດ້ວຍຄະນະ, ເຄື່ອງທີ່ມາມອບໃນຄັ້ງນີ້ ມີ ຄອມພິວເຕີໂນດບຸກ ຈຳນວນ 01 ເຄື່ອງ ແລະ ຄອມພິວເຕີຕັ້ງໂຕະ ຈຳນວນ 01 ຊຸດ ລວມມູນຄ່າທັງໝົດ: 9,550,000 ກີບ.
ຈຸດປະສົງຂອງການມອບໃນຄັ້ງນີ້ ແມ່ນເປັນການປະກອບສ່ວນ ຂອງ ລລທ ເຂົ້າໃນວຽກງານ ກວດກາພັກ-ລັດ ເຊິ່ງອຸປະກອນມອບໃນຄັ້ງນີ້ ທາງຫ້ອງການຄະນະກວດກາສູນກາງພັກ ຈະນຳສົ່ງເພື່ອມອບຕໍ່ໃຫ້ກັບ ຫ້ອງການຄະນະກວດກາພັກ-ລັດ ເມືອງຂວາ ແຂວງຜົ້ງສາລີ ເຊິ່ງເປັນເມືອງໜຶ່ງທີ່ນອນຢູ່ໃນ ບັນດາເມືອງທຸກຍາກ ໃນທົ່ວປະເທດ ເພື່ອໝູນໃຊ້ອຸປະກອນທີ່ໄດ້ຮັບໃນຄັ້ງນີ້ ເຂົ້າໃນວຽກງານ ວິຊາສະເພາະ ໃຫ້ມີຄວາມສະດວກສະບາຍຂຶ້ນກ່ວາເກົ່າ.