ໃນຕອນເຊົ້າ ວັນທີ່ 16 ມັງກອນ 2017 ທີ່ຜ່ານມາ ຢູ່ທີ່ ກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ຄະນະຜູ້ບໍລິຫານ ລລທ ເຊິ່ງນຳໂດຍ ທ່ານ ຖາວອນ ສົມສະກຸນ ຜູ້ອຳນວຍການໃຫຍ່ ລລທ ພ້ອມດ້ວຍຄະນະ ໄດ້ນຳເອົາ ເງິນສົດຈຳນວນ: 30,000,000 ກີບ ໄປມອບໃຫ້ກົມໃຫຍ່ການເມືອງກອງທັບກະຊວງປ້ອງກັນປະເທດ ເນື່ອງໃນໂອກາດສະເຫຼີມ ສະຫຼອງ ວັນສ້າງຕັ້ງກອງທັບ ປະຊາຊົນ ລາວ ຄົບຮອບ 68 ປີ ເຊິ່ງມອບໂດຍ: ທ່ານ ຖາວອນ ສົມສະກຸນ ຜູ້ອຳນວຍການໃຫຍ່ ລລທ ພ້ອມດ້ວຍຄະນະ ເຊິ່ງຕາງໜ້າຮັບໂດຍ: ທ່ານ ພົນຈັດຕະວາ ສອນທອງ ພົມລາວົງ ຄະນະພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ແລະ ມີຜູ້ບໍລິຫານ ທັງສອງຝ່າຍເຂົ້າຮ່ວມ.
ຈຸດປະສົງຂອງການມອບເງິນໃນຄັ້ງນີ້ແມ່ນເພື່ອເອົາເງິນຈຳນວນດັ່ງກ່າວໄປຊື້ ເຄື່ອງອຸປະໂພກ-ບໍລິໂພກ ເຊັ່ນ: ຜ້າຫົ່ມ, ເສື້ອກັນໜາວ ແລະ ອື່ນໆ ໄປແຈກຢາຍໃຫ້ກັບອ້າຍນ້ອງພະນັກງານ-ນັກຮົບທີ່ກຳລັງປະຕິບັດໜ້າທີ່ຢູ່ເຂດທຸລະກັນດານທາງພາກເໜືອໃຫ້ທົ່ວເຖິງ, ເພື່ອໃຫ້ບັນດາອ້າຍນ້ອງທະຫານຜູ້ປະຕິບັດໜ້າທີ່ເປັນຮົ້ວຂອງຊາດ ຢູ່ເຂດຫ່າງໄກສອກຫຼີກ ໃຫ້ມີກໍາລັງໃຈໃນການປະຕິບັດໜ້າທີ່ ທີ່ປະເທດຊາດ ແລະ ປະຊາຊົນມອບໝາຍໃຫ້. ການມອບດັ່ງກ່າວນີ້ໄດ້ຈັດຂື້ນທຸກໆປີ ເມື່ອໃກ້ຈະເຖີງ ວັນທີ: 20 ມັງກອນເຊິ່ງຖືວ່າ ເປັນການປະກອບສ່ວນສໍາຄັນ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.